ຄວາມເປັນມາ ວັນແມ່ຍິງສົາກົນ (8 ມີນາ)

ຄວາມເປັນມາ ວັນແມ່ຍິງສົາກົນ (8 ມີນາ)

ຄວາມເປັນມາ ວັນແມ່ຍິງສົາກົນ (8 ມີນາ)

ວັນແມ່ຍິງສາກົນ (International Women’s Day) ກົງກັບວັນທີ 8 ມີນາ ຂອງທຸກໆປີເຊິ່ງເປັນວັນທີ່ບັນດາແມ່ຍິງຈາກທົ່ວໂລກບໍ່ວ່າຈະເຊື້ອຊາດ, ສາດສະໜາ, ອາຊີບໃດ ຈະຮ່ວມກັນສະເຫຼີມສະຫຼອງຄວາມສະເໝີພາບທີ່ໄດ້ຮັບມາ ແລະ ເປັນການສະແດງໃຫ້ເຫັນເຖິງຄວາມເທົ່າທຽມກັນໃນສັງຄົມອີກດ້ວຍ.

ຄວາມເປັນມາ ວັນແມ່ຍິງສົາກົນ (8 ມີນາ)

ຄວາມເປັນມາຂອງວັນແມ່ຍິງສົາກົນ

ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ເກີດຂຶ້ນຈາກກຳມະກອນຍິງໃນໂຮງງານຕ່ຳຜ້າ ເມືອງນິວຢອກ ປະເທດອາເມລິກາໄດ້ພາກັນລຸກຮືປະທ້ວງໃຫ້ນາຍຈ້າງເພີ່ມຄ່າຈ້າງ ແລະ ຮຽກຮ້ອງສິດຂອງພວກນາງ ແຕ່ສຸດທ້າຍກັບມີຜູ້ຍິງເຖິງ 119 ຄົນຕ້ອງເສຍຊີວິດຈາກເຫດການນີ້ ດ້ວຍການທີ່ມີຄົນແອບວາງເພີງເຜົາໂຮງງານທີ່ພວກນາງນັ່ງເຕົ້າໂຮມກັນຢູ່ ໂດຍເຫດການທັງໝົດນີ້ເກີດຂຶ້ນໃນວັນທີ 8 ມີນາ 1857.

ຈາກນັ້ນໃນປີ 1907 ກຳມະກອນຍິງໃນໂຮງງານຕ່ຳຜ້າທີ່ເມື່ອງ ຊິຄາໂກ້ ປະເທດສະຫະລັດອາເມລິການທົນບໍ່ໄຫວຕໍ່ການເອົາປຽບ ກົດຂີ່ ທາລຸນ ຂອງນາຍຈ້າງທີ່ໃຊ້ພວກນາງຢ່າງທາດ ເນື່ອງຈາກກຳມະກອນຍິງເຫຼົ່ານີ້ຕ້ອງເຮັດວຽກໜັກເຖິງວັນລະ 16-17 ຊົ່ວໂມງ ໂດຍບໍ່ມີວັນຍຸດ ບໍ່ມີປະກັນການໃຊ້ແຮງງານໃດໆ ເປັນເຫດໃຫ້ເກີດຄວາມເຈັບປ່ວຍລົ້ມຕາຍຕາມມາໃນໄລຍະເວລາອັນໄວວາ ແຕ່ກັບໄດ້ຮັບຄ່າແຮງພຽງເລັກໜ້ອຍ ແລະ ຫາກຖືພາກໍ່ຖືໄລ່ອອກ.

ຄລາຣ່າ ເຊທຄິນ (CLARE ZETKIN)

ຄວາມອັດອັ້ນຕັນໃຈຈິ່ງເຮັດໃຫ້ ຄລາຣ່າ ເຊທຄິນ (CLARE ZETKIN) ນັກການເມືອງສາຍແນວຄິດສັງຄົມຊາວເຢຍລະມັນຕັດສິນໃຈປຸກລະດົມເຫຼົ່າກຳມະກອນແມ່ຍິງດ້ວຍການນັດຢຸດງານໃນວັນທີ 8 ມີນາ 1907 ພ້ອມກັບຮຽກຮ້ອງໃຫ້ນາຍຈ້າງລຸດເວລາການເຮັດວຽກລົງເຫຼືອວັນລະ 8 ຊົ່ວໂມງ ທັງປັບປຸງສະຫວັດດີການທຸກຢ່າງ ແລະ ໃຫ້ແມ່ຍິງມີສິດອອກສຽງເລືອກຕັ້ງອີກດ້ວຍ.

ຢ່າງໃດກໍ່ຕາມເຖິງການຮຽກຮ້ອງຄັ້ງນີ້ຈະບໍ່ປະສົບຜົນສຳເລັດ ເນື່ອງຈາກມີແຮງງານຍິງຫຼາຍຮ້ອຍຄົນຖືກຈັບກຸມ ແຕ່ກໍ່ເຮັດໃຫ້ແມ່ຍິງທົ່ວໂລກສະໜັບສະໜູນການກະທຳຂອງ ຄລາຣ່າ ເຊທຄິນ ແລະ ເປັນການຈຸດປະກາຍໃຫ້ແມ່ຍິງທົ່ວໂລກເລີ່ມຄິດເຖິງສິດຂອງຕົນເອງຫຼາຍຂຶນ.

ຕໍ່ມາໃນວັນທີ 8 ມີນາ 1908 ມີແຮງງານຍິງກ່ວາ 15,000 ຄົນ ຮ່ວມເດີນຂະບວນທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ຢຸດຕິການໃຊ້ແຮງງານເດັກ ໂດຍມີຄຳຂວັນວ່າ ເຂົ້າໜົມປັງກັບດອກກຸຫຼາບ ເຊິ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍກັບຄຸນນະພາບຊີວິດທີ່ດີນັ້ນເອງ.

ຈົນຮອດວັນທີ 8 ມີນາ 1910 ຄວາມພະຍາຍາມຂອງກຳມະກອນຍິງກຸ່ມນີ້ກໍ່ປະສົບຜົນສຳເລັດ ເມື່ອມີຕົວແທນແມ່ຍິງຈາກ 17 ປະເທດ ເຂົ້າຮ່ວມປະຊຸມປຶກສາຫາລືແມ່ຍິງສັງຄົມນິຍົມຄັ້ງທີ 2 ທີ່ເມືອງໂຄເປນເຮເກນ ປະເທດເດນມາຣ໌ກ ໂດຍໃນທີ່ປະຊຸມໄດ້ປະກາດຮັບຮອງຂໍ້ຮຽກຮ້ອງຂອງບັນດາກຳມະກອນແມ່ຍິງ ໃນລະບົບສາມ 8 ຄື: ຍອມໃຫ້ລຸດເວລາເຮັດວຽກໃຫ້ເຫຼືອວັນລະ 8 ຊົ່ວໂມງ, ໃຫ້ເວລາສຶກສາຄວາມຮູ້ເພື່ອພັດທະນາຄວາມສາມາດຂອງຕົນເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງເປັນເວລາພັກຜ່ອນ ພ້ອມກັນນີ້ຍັງໄດ້ຮັບຄ່າແຮງຂອງແຮງງານຍິງໃຫ້ເທົ່າທຽມກັບແຮງງານຊາຍ ແລະ ຍັງມີການຄຸ່ມຄອງສະຫວັດດີການ ແລະ ແຮງງານເດັກນ້ອຍອີກດ້ວຍ.

loading...

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

This site uses Akismet to reduce spam. Learn how your comment data is processed.

ຫມວດຫມູ່

Copy Protected by Chetan's WP-Copyprotect.